ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະບໍລິຫານງານພັກ ອົງການກົມໃຫຍ່ເຕັກນິກກອງທັບ
ສະໄໝທີ I ດໍາເນີນກອງປະຊຸມຄົບຄະນະທ້າຍສະໄໝ

ສະຫາຍ ພົນຕີ ປະສິດ ທ່ຽງທໍາ ຄະນະປະຈຳພັກ ກະຊວງປ້ອງກັນປະເທດ ເລຂາຄະນະພັກກົມໃຫຍ່ ຫົວໜ້າກົມໃຫຍ່ເຕັກນິກກອງທັບ ​ເປັນ​ປະທານ

     ໃນວັນທີ 22 ກຸມພາ 2024 ນີ້, ຄະນະບໍລິຫານງານພັກ ອົງການກົມໃຫຍ່ເຕັກນິກກອງທັບ ສະໄໝທີ I ໄດ້ດໍາເນີນກອງປະຊຸມຄົບ
ຄະນະທ້າຍສະໄໝຂຶ້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຕີ ປະສິດ ທ່ຽງທໍາ ຄະນະປະຈຳພັກ ກະຊວງປ້ອງກັນປະເທດ ເລຂາຄະ
ນະພັກກົມໃຫຍ່ ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີບັນດາສະຫາຍ ກໍາມະການຄະນະບໍລິຫານງານພັກກົມໃຫຍ່, ກົມຈັດຕັັ້ງພັກ ແລະ
ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

     ໃນກອງປະຊຸມ, ບັນດາຄະນະບໍລິຫານງານພັກກໍ ໄດ້ພ້ອມກັນສໍາຫຼວດກວດກາຕີລາຄາໜາກຜົນການຊີ້ນໍາ-ນຳພາຂອງບັນດາສະຫາຍ
ໃນຄະນະບໍລິຫານງານພັກຕະຫຼອດໄລຍະທີ່ຜ່ານມາ ໃຫ້ບັນດາສະຫາຍໃນຄະນະບໍລິຫານງານພັກ ແຕ່ລະສະຫາຍມີການຕໍານິກໍ່ສ້າງເຊິ່ງກັນ
ແລະ ກັນພາຍຫຼັງສັງລວມເອົາຫາງສຽງທີ່ຜູ້ແທນສົມບູນ-ສໍາຮອງຕໍານິຈາກຜົນກອງປະຊຸມທາບທາມທັງ 3 ຮອບທີ່ຜ່ານມາ ເພື່ອຍົກໃຫ້ບັນ
ດາສະຫາຍ ໃນຄະນະບໍລິຫານງານພັກເປັນບົດຮຽນ ໃນການປັບປຸງແບບແຜນການນໍາພາຂອງຄະນະບໍລິຫານງານພັກແຕ່ລະສະຫາຍ ໃນຕໍ່
ໜ້າໃຫ້ດີຂຶ້ນ, ພ້ອມດຽວກັນນັ້ນກອງປະຊຸມ ຍັງໄດ້ພ້ອມກັນຄົ້ນຄ້ວາຮັບເອົາບຸກຄະລະກອນທີ່ຈະສະໜັກເຂົ້າໃໝ່ ແລະ ປັບປຸງ-ຮັບຮອງເອົາ
ບັນດາເອກະສານຕ່າງໆ ທີ່ຈະສະເໜີຜ່ານຕໍ່ກອງປະຊຸມໃຫຍ່ສະໄໜທີ II ຂອງຄະນະບໍລິຫານການພັກກົມໃຫຍ່ເຕັກນິກກອງທັບ ເຊິ່ງຈະດຳ
ເນີນກອງປະຊຸມທາງການໃນ ວັນທີ 28 ກຸມພາ 2024 ທີ່ຈະມາເຖິງນີ້.

     ໂອກາດດັ່ງກ່າວນີ້, ສະຫາຍ ພົນຕີ ປະສິດ ທ່ຽງທໍາ ຍັງໄດ້ໂອ້ລົມຫຼາຍບັນຫາສໍາຄັນໃຫ້ແກ່ການດໍາເນີນກອງປະຊຸມໃນຄັ້ງນີ້ ພ້ອມທັງ
ເນັ້ນໜັກໃຫ້ບັນດາສະຫາຍໃນຄະນະບໍລິຫານງານ ເອົາໃຈໃສ່ຊີ້ນໍາບັນດາອະນຸກໍາມະການ, ຄະນະຮັບຜິດຊອບວຽກງານແຕ່ລະດ້ານ ໃຫ້ເປັນ
ເຈົ້າການຮັບຜິດຊອບໜ້າທີ່ການເມືອງຂອງຕົນໃຫ້ບັນລຸຜົນສໍາເລັດ ທີ່ຂັ້ນເທິງມອບໝາຍໃຫ້.

ແຫຼ່ງຂ່າວໂດຍ ນ ບົວທອນ ສຸທໍາມະວົງ
ວັນທີ 26/02/2024